ຫ້ອງວ່າການສູນກາງພັກ ເປີດນໍາໃຊ້ຫ້ອງມູນເຊື້ອວັນທີ 21 ມີນາ 2025

ຫ້ອງວ່າການສູນກາງພັກ ເປີດນໍາໃຊ້ຫ້ອງມູນເຊື້ອວັນທີ 21 ມີນາ 2025

ຫ້ອງວ່າການສູນກາງພັກ ເປີດນໍາໃຊ້ຫ້ອງມູນເຊື້ອວັນທີ 21 ມີນາ 2025
ຕອນບ່າຍວັນທີ 21 ມີນາ 2025, ທີ່ຫ້ອງວ່າການສູນກາງພັກ (ຫສພ)ໄດ້ຈັດພິທີເປີດນຳໃຊ້ຫ້ອງມູນເຊື້ອຂອງຫ້ອງວ່າການສູນກາງພັກ ໂດຍການເປັນປະທານຂອງ ທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ,

 ຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາທ່ານຄະນະນຳຫ້ອງວ່າການສູນກາງພັກ, ຫົວໜ້າກົມ, ຮອງກົມ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ,ບັນດາແຂກຖືກເຊີນ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນຫ້ອງວ່າການສູນກາງພັກຈໍານວນໜຶ່ງເຂົ້າຮ່ວມ.

ໃນພິທີ ທ່ານ ຄຳພອນ ສອນທະວົງ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ສຳເນົາເອກະສານຂອງພັກໄດ້ລາຍງານສະພາບການສ້າງຫ້ອງມູນເຊື້ອຂອງຫ້ອງວ່າການສູນກາງພັກວ່າ: ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນມູນເຊື້ອອັນດີງາມຂອງຫ້ອງວ່າການສູນກາງພັກ ຕະຫຼອດໄລຍະ ຕໍ່ສູ້ກູ້ຊາດໄລຍະປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ກໍຄືໄລຍະປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ຈຶ່ງໄດ້ຕົກລົງສະບັບເລກທີ 246/ຫສພ ລົງວັນທີ 25 ມິຖຸນາ 2021 ມອບຄວາມຮັບຜິດຊອບໃຫ້ກົມສໍາເນົາເອກະສານ ໃນເມື່ອກ່ອນ ກໍຄືກົມຂໍ້ມູນຂ່າວສານ ແລະສໍາເນົາເອກະສານຂອງພັກ ໃນປັດຈຸບັນ ສົມທົບກັບກົມກ່ຽວຂ້ອງອື່ນໆ ຈັດຕັ້ງປະຕິບັດໂຄງການປັບປຸງຫ້ອງມູນເຊື້ອຂອງຫ້ອງວ່າການສູນກາງພັກ.

ຮອດຕົ້ນປີ 2024 ໂຄງການດັ່ງກ່າວ ຈຶ່ງໄດ້ຮັບອະນຸມັດງົບປະມານລົງທຶນໃນມູນຄ່າທັງໝົດ766.828.000 ກີບ; ໄລຍະເວລາປະຕິບັດໂຄງການ 1 ປີ (ເດືອນ1-12/2024); ຊຶ່ງເນື້ອໃນ ແລະໂຄງສ້າງການຈັດວາງສະແດງ ແມ່ນໄດ້ອີງຕາມປຶ້ມປະຫວັດ ແລະມູນເຊື້ອ 60ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂອງຫ້ອງວ່າການສູນກາງພັກ (24/03/1955-24/03/ 2015), ເຫຼັ້ມຈັດພິມຄັ້ງທີ 2 ວັນທີ 15 ມີນາ 2016 ແລະ ຂໍ້ມູນໃໝ່ ຈໍານວນໜຶ່ງ ໄລຍະ 10 ປີ (2016-2025); ການຈັດວາງສະແດງ ປະກອບມີທັງໝົດ 5 ພາກຄື: ພາກທີ 1: ໄລຍະກ່ອນການສ້າງຕັ້ງພັກ (1930-1954); ພາກທີ 2: ຫ້ອງວ່າການສູນກາງພັກ ເປັນເສນາທິການ ໃນໄລຍະ 1955-1975; ພາກທີ 3: ຫ້ອງວ່າການສູນກາງພັກ ເປັນເສນາທິການ ໃນໄລຍະພັກນໍາພາຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ ແຕ່ປີ 1976-1985 ແລະປີ 1986-1992; ພາກທີ 4: ໂຄງປະກອບກົງຈັກການຈັດຕັ້ງ ພາລະບົດບາດ ໜ້າທີ່ ແລະ ຜົນງານແຫ່ງການ ເຄື່ອນໄຫວ ຂອງຫ້ອງວ່າການສູນກາງພັກ ໄລຍະ (1993-2024); ພາກທີ 5: ການເຄື່ອນໄຫວພົວພັນຕ່າງປະເທດ ຂອງຫ້ອງວ່າການສູນກາງພັກ.

ໃນພິທີ ທີ່ເຕັມໄປດ້ວຍຄວາມໝາຍ ຄວາມສໍາຄັນ, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ໃຫ້ກຽດຕັດແຖບຜ້າ ເພື່ອເປີດນຳໃຊ້ຫ້ອງມູນເຊື້ອຂອງຫ້ອງວ່າການສູນກາງພັກ ຢ່າງເປັນທາງການ ພ້ອມທັງເຂົ້າທ່ຽວຊົມຫ້ອງມູນເຊື້ອດັ່ງກ່າວຮ່ວມກັບບັນດາທ່ານຄະນະນຳຫ້ອງວ່າການສູນກາງພັກ, ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ລັດຖະກອນຫຼັກແຫຼ່ງຈໍານວນໜຶ່ງ ພາຍໃນຫ້ອງວ່າການສູນກາງພັກ.

ຜ່ານການທ່ຽວຊົມ ການຈັດວາງສະແດງໃນຫ້ອງມູນເຊື້ອ, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຮູ້ສຶກ ວ່າ: ວັນທີ່ 24 ມີນາ ຊຶ່ງເປັນວັນສ້າງຕັ້ງຫ້ອງວ່າການສູນກາງພັກ, ຕາງໜ້າຄະນະນໍາ ຊົມເຊີຍກົມຂໍ້ມູນຂ່າວສານ ແລະສໍາເນົາເອກະສານຂອງພັກ ທີ່ໄດ້ສັງລວມຂໍ້ມູນມູນເຊື້ອຜົນງານການເຄື່ອນໄຫວ ທັງອະດີດ ແລະປັດຈຸບັນ ຂອງຫ້ອງວ່າການສູນກາງພັກ, ເຖິງວ່າຂໍ້ມູນບໍ່ທັນຄົບຖ້ວນ ແຕ່ເຊື່ອແນ່ວ່າ ໃນອະນາຄົດຈະອຸດົມສົມບູນ ແລະຄົບຖ້ວນຂຶ້ນເລື້ອຍໆ; ຂໍໃຫ້ຫ້ອງມູນເຊື້ອແຫ່ງນີ້ ກາຍເປັນບ່ອນຮຽນຮູ້ ສຶກສາອົບຮົມ ພະນັກງານ ຫສພ ແຕ່ລະໄລຍະ. (ຂ່າວ: ຫ້ອງວ່າການສູນກາງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄວາມຄືບໜ້າການຈັດຕັ້ງປະຕິບັດ 4 ໂຄງການ ຢູ່ແຂວງຄໍາມ່ວນ

ຄວາມຄືບໜ້າການຈັດຕັ້ງປະຕິບັດ 4 ໂຄງການ ຢູ່ແຂວງຄໍາມ່ວນ

ກອງປະຊຸມປຶກສາຫາລື ຄົ້ນຄວ້າພິຈາລະນາການອອກແບບໂຄງການພັດທະນາຕ່າງໆ ຢູ່ແຂວງຄໍາມ່ວນ ທີ່ໄດ້ມີການສຶກສາສໍາຫຼວດ ແລະ ໄດ້ລົງນາມເຊັນສັນຍາໃນຜ່ານມາ ໄດ້ຈັດຂຶ້ນໃນວັນທີ 6 ມິຖຸນານີ້ ທີ່ຫ້ອງວ່າການແຂວງ, ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ໂຍມາ ອິນທະວົງ ຕາງໜ້າກຸ່ມບໍລິສັດ 3 ບີ ຈໍາກັດຜູ້ດຽວ, ບັນດາທ່ານຮອງເຈົ້າແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.
5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%

5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%

ການເສຍອາກອນທີ່ດິນ (ຄ່າພາສີທີ່ດິນ) ເລີ່ມຊໍາລະໄດ້ແຕ່ວັນທີ 1 ມັງກອນ 2025 ແລະ ຈະສິ້ນສຸດໃນວັນທີ 31 ທັນວາ 2025. ອີງຕາມຂໍ້ມູນຈາກກົມສ່ວຍສາອາກອນໃນຂອບເຂດທົ່ວປະເທດ ສາມາດປ້ອນຂໍ້ມູນຕອນດິນເຂົ້າໃນລະບົບ TaxRIS ໄດ້ແລ້ວ 1,461,243 ຕອນ, ຈາກເປົ້າໝາຍທັງໝົດຈໍານວນ 2,987,091 ຕອນເທົ່າກັບ 49% ຂອງຕອນດິນທັງໝົດ.
ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ

ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີປາຖະກະຖາ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ (25 ມີນາ 1955-25 ມີນາ 2025) ແລະ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຂຶ້ນ ໃນວັນທີ 6 ມິຖຸນານີ້ ທີ່ ສຊປລ ໂດຍໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີຄະນະພັກ, ຄະນະນໍາ, ຄະນະໜ່ວຍພັກ, ຄະນະກົມ, ສະມາຊິກພັກ-ພະນັກງານເຂົ້າຮ່ວມຮັບຟັງ.
ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ

ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ

ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການດ້ານອົງຄະທຽມ ແລະ ເຄື່ອງຄໍ້າຊູ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຄຳພອນ ພຸດທະວົງ ປະທານສະມາຄົມຄົນພິການ, ທ່ານນາງ ເມດຕາ ທິບພະວົງ ຜູ້ອຳນວຍການສະມາຄົມຄົນພິການ COPE, ມີບັນດາທູດປະຈໍາ ສປປ ລາວ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ສາຂາສູນການແພດຈາກແຂວງຫຼວງພະບາງ, ຊຽງຂວາງ, ສະຫວັນນະເຂດ, ອຸດົມໄຊ, ຈຳປາສັກ ພ້ອມດ້ວຍສະມາຊິກທີ່ເປັນຄົນພິການໃນທົ່ວປະເທດເຂົ້າຮ່ວມ.
5 ເດືອນຕົ້ນປີນີ້ ເກັບຄ່າທຳນຽມທາງເພີ່ມຂຶ້ນ 16%

5 ເດືອນຕົ້ນປີນີ້ ເກັບຄ່າທຳນຽມທາງເພີ່ມຂຶ້ນ 16%

ນັບແຕ່ຕົ້ນປີຮອດວັນທີ 31 ພຶດສະພາປີ 2025, ມີພາຫະນະມາຊໍາລະຄ່າທຳນຽມທາງແລ້ວ 344,857 ຄັນ, ສາມາດເກັບລາຍຮັບໄດ້ 84 ຕື້ກວ່າກີບ, ເພີ່ມຂຶ້ນ 16% ຖ້າທຽບໃສ່ເດືອນຜ່ານມາຄິດເປັນເງິນຈຳນວນ 12 ຕື້ກວ່າກີບ.
ບໍລິສັດ ດາດມີ ຟາມມິ້ງ ຈະສຶກສາ-ສໍາຫຼວດການລົງທຶນປູກໄມ້ໃຫ້ໝາກ ຢູ່ເມືອງເຊບັ້ງໄຟ

ບໍລິສັດ ດາດມີ ຟາມມິ້ງ ຈະສຶກສາ-ສໍາຫຼວດການລົງທຶນປູກໄມ້ໃຫ້ໝາກ ຢູ່ເມືອງເຊບັ້ງໄຟ

ບໍລິສັດ ດາດມີ ຟາມມິ້ງ ຈໍາກັດຜູ້ດຽວ ຈະເລີ່ມສຶກສາ-ສໍາຫຼວດ ຄວາມເປັນໄປໄດ້ໃນການລົງທຶນພັດທະນາໂຄງການ ກະສິກຳ (ປູກໄມ້ໃຫ້ໝາກ) ເປັນສິນຄ້າ ເພື່ອຈໍາໜ່າຍ ຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ ຢູ່ທີ່ບ້ານຄໍາເຕີຍ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ,
ສນຫລ ເຜີຍແຜ່ເຊື່ອມຊຶມ 3 ເອກະສານສໍາຄັນ

ສນຫລ ເຜີຍແຜ່ເຊື່ອມຊຶມ 3 ເອກະສານສໍາຄັນ

ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິຕົກລົງສູນກາງພັກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຂຶ້ນໃນວັນທີ 6 ມິຖຸນານີ້ ທີ່ ສນຫລ ໂດຍການເປັນປະທານຂອງສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ ປະທານ ສນຫລ ເປັນກຽດເຂົ້າຮ່ວມຂອງສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະບໍລິຫານງານພັກ, ຄະນະປະທານ ສນຫລ, ພະນັກ ງານ-ລັດຖະກອນກ່ຽວຂ້ອງເຂົ້າຮ່ວມ.
ວາງສີລາລຶກ ໂຄງການກໍ່ສ້າງຕຶກອາຄານ ທພລ ຫຼັງໃໝ່ ສາຂາຄຳມ່ວນ

ວາງສີລາລຶກ ໂຄງການກໍ່ສ້າງຕຶກອາຄານ ທພລ ຫຼັງໃໝ່ ສາຂາຄຳມ່ວນ

ພິທີວາງສີລາລຶກໂຄງການກໍ່ສ້າງຕຶກອາຄານ ທະນາຄານພັດທະນາລາວ (ທພລ) ຫຼັງໃໝ່ ສາຂາຄຳມ່ວນ ຈັດຂຶ້ນໃນວັນທີ 6 ມີຖຸນານີ້ ທີ່ບ້ານຈອມທອງ ເມືອງທ່າແຂກ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ.
ເມືອງໄຊຍະບູລີ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານທົ່ວເມືອງ ປະຈໍາປີ 2024.

ເມືອງໄຊຍະບູລີ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານທົ່ວເມືອງ ປະຈໍາປີ 2024.

ກອງປະຊຸມ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາ ທົ່ວເມືອງ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຂອງເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາຜ່ານມາ ຢູ່ທີ່ຫໍປະຊຸມໃຫຍ່ຂອງເມືອງ. ໂດຍການ ເຂົ້າຮ່ວມຂອງ ສະຫາຍ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງ ໄຊຍະບູລີ.
ສະຫວັນນະເຂດ ຂົນຂວາຍບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນ

ສະຫວັນນະເຂດ ຂົນຂວາຍບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນ

ວັນທີ 4 ມິຖຸນາຜ່ານມານີ້, ອົງການກາແດງແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມປຸກລະດົມຂົນຂວາຍບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ແລະ ວາງແຜນຮັບບໍລິຈາກເລືອດ ຮ່ວມກັບພາກສ່ວນກຳລັງ ປກຊ-ປກສ ຂຶ້ນທີ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນຜູ້ຊີ້ນຳວຽກອົງການກາແດງແຂວງ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ